ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖືກຍຸບລົງເປັນ 2 ແຂວງແມ່ນພື້ນທີ່ ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວໃນປັດຈຸບັນ ແລ້ວມາຕັ້ງເປັນແຂວງໃໝ່ ) ແລ້ວຕັ້ງເມືອງ ຫ້ວຍຊາຍ ຕໍ່ມາ
ປີ 1991 ໄດ້ມີການໂອນ ເມືອງ ປາກທາ ແລະ ເມືອງຜາອຸດົມ ຈາກແຂວງ ອຸດົມໄຊມາຂຶ້ນກັບແຂວງ ບໍ່ແກ້ວ
ເຊິ່ງມີເນື້ອທີ່ທັງໝົດ 6,196 ກິໂລຕາແມັດ ເ ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງລາວ ທິດເໜືອຕິດກັບ ຂວງຫຼວງນ້ຳທາ ຍາວ 100 ກມ ,ທິດຕາເວັນອອກຕິດກັບ ແຂວງອຸດົມໄຊ ຍາວ 100 ກມ ແລະ ແຂວງໄຊຍະ ບູລີ ຍາວ 35 ກມ, ທິດຕາເວັນຕົກ ຕິດກັບ ລັດສານ ປະເທດ ມຽນມາ ຍາວ 98 ກມ ,ທິດໃຕ້ ຕິດກັບ ຈັງຫວັດ ຊຽງຮາປະເທດໄທ ຍາວ 145 ກມ.
ນອກຈາກນີ້ຍັງປະກອບມີ 5 ເມືອງດັ່ງຕໍ່ໄປນີ້:
ເມືອງ ຫ້ວຍຊາຍ
ເມືອງ ຕົ້ນເຜິ້ງ
ເມືອງ ເມິງ
ເມືອງ ຜາອຸດົມ
ເມືອງ ປາກທາ
ไม่มีความคิดเห็น:
แสดงความคิดเห็น