วันอังคารที่ 19 ธันวาคม พ.ศ. 2560
วันอาทิตย์ที่ 17 ธันวาคม พ.ศ. 2560
ຄໍາຂວັນ ຂອງແຕ່ລະແຂວງ
1. ແຂວງ ຄໍາມ່ວນ
ຄໍາມ່ວນດິນແດນທໍາມະຊາດ ປະຫວັດສາດວິລະຊົນ
ຕົ້ນກໍາເນີດລໍາພະຍາມະຫາໄຊ ກິນຊຸບໜໍ່ໄມ້
ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ
ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ
2. ແຂວງ ສະຫວັນນະເຂດ
ສະຫວັນນະເຂດ ຜືນແຜ່ນດິນຄຳ ວັດທະນະທຳ ຫລາຍເຜົ່າຊົນລ້ຳເລີດ ແຫລ່ງກໍ່ເກີດ ໄດໂນເສົາຮ້ອຍລ້ານປີ ປູສະນິຍະສະຖານ ພະທາດອິງຮັງງາມສະຫງ່າ ໂສມນາມວ່າ ຖີ່ນກຳເນີດວິລະບູລຸດແຫ່ງຊາດລາວ
3. ແຂວງ ສາລະວັນ
ໝາກພ້າວນາໄຊ ປີ້ງໄກ່ນາປົ່ງເຫຼົ້າຂາວເມືອງຄົງ ລໍາວົງສາລະວັນ
4. ນະຄອນຫຼວງວຽງຈັນ
ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫ້ວຫໍພຼະແກ້ວ ຊົມສວນປະຕູໄຊ ໄຫ້ວພຼະທາດຫຼວງມິ່ງຂວັນຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນຊີມລົດອາຫານນາໆຊາດ ເທີງຫໍຜາສາດສີ່ສິບຊັ້ນພັກຜ່ອນເທີງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ
5. ແຂວງ ຊຽງຂວາງ
ພູກູດມີໄຊ ທົ່ງໄຫຫີນລືນາມສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ
6. ແຂວງ ໄຊຍະບູລີ
ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄໍາ ເມືອງ ເງິນແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມ ເຫຼືອຫຼາຍສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ໍາໝາກພ້າວ ເມືອງ ບໍ່ແຕນແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງສຽງຂັບລໍາລ່ອງຮຸ່ງ ເມືອງ ໄຊຍະບູລີ
7. ແຂວງ ເຊກອງ
ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈທ່ຽວວັງໄງດື່ມເຫຼົ້າໄຫ ເມືອງ ດາກຈຶງ ຄະນຶງຫາສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ
8. ແຂວງ ບໍ່ແກ້ວ
ບໍ່ແກ້ວມະນີລ້ໍາຄ່າ ຊົມປ່າດອກງີ້ວບານເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄໍາຊົມຖ້ໍານ້ໍາຍູ້ ອູ້ສາວລາວຢວນຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄໍາ
9. ແຂວງ ບໍລິຄໍາໄຊ
ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໃກພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ
10. ແຂວງ ຜົ້ງສາລີ
ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ!
11. ແຂວງ ຫຼວງນ້ໍາທາ
ບັ້ນຮົບຫຼວງນ້ໍາທາ ພະທາດໃຫຍ່ຊຽງເປງຊາບຊື້ງກັບວັດທະນະທໍາຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງລີງລາຍແພໄໝມ້ອນ ເມືອງ ຫຼວງນ້ໍາທາ ທ່ຽວປ່າສະຫງວນແຫ່ງຊາກນ້ໍາຮ່າ ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄໍາ ຮ່ວມເຕັ້ນແຊນໍາສາວໄຕດໍາ ງາມແທ້ລະກ໋າ
12. ແຂວງ ຫຼວງພະບາງ
ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງເລືອງລືວັດທະນະທໍາເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9ເມືອງກ້ຽວຄໍາຫວານ ຕໍານານເມືອງຂໍາທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ໍາຕີ່ງເປັນເມືອງມໍລະດົກໂລກ.
13. ແຂວງ ວຽງຈັນ
ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ໍາງື່ມຕໍານານເດີນລາຍງ້າວ ອູ່ເຂົ້າຊາວເມືອງຄົນເຮືອງຂັບງື່ມ ດື່ມດໍາທໍາມະຊາດ ປະຊາລາດສາມັກຄີ
14. ແຂວງ ຫົວພັນ
ງົດງານມພູຜາ ນ້ໍາມ້າສ່ອງໃສວຽງໄຊປະຫວັດສາດ ຜ້າໃໝຊໍາໃຕ້ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າຄົກເຂົ້ານ້ໍາລິນ ແຜ່ນດິນວິລະຊົນ
15. ແຂວງ ອຸດົມໄຊ
ທ່ຽວອຸດົມໄຊ ໄປຊົມທໍາມະຊາດນ້ໍາຕົກຕາດຫົວນ້ໍາກັດ ຊົມວັດທະນະທໍາຊົນເຜົ່າໄຫ້ວພຼະເຈົ້າສິງຄໍາ ດື່ມນ້ໍາຊາພັນປີຂີ່ເຮືອທ່ອງທ່ຽວ ຊົມທໍາມະຊາດແຄມຂອງ
16. ແຂວງ ອັດຕະປື
ແດນສາລໍານ້ໍາໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກມັກຄີ
17. ແຂວງ ຈໍາປາສັກ
ເອກະລັກວັດພູ ກຸຫລາບປາກເຊ ກະເຟປາກຊ່ອງ ນ້ໍາຂອງໂຕນຄອນ ສີພັນດອນລືນາມ

วันพฤหัสบดีที่ 7 ธันวาคม พ.ศ. 2560
ແຂວງບໍ່ແກ້ວ
ນອກຈາກນີ້ຍັງປະກອບມີ 5 ເມືອງດັ່ງຕໍ່ໄປນີ້:
ເມືອງ ຫ້ວຍຊາຍ
ເມືອງ ຕົ້ນເຜິ້ງ
ເມືອງ ເມິງ
ເມືອງ ຜາອຸດົມ
ເມືອງ ປາກທາ

วันอังคารที่ 5 ธันวาคม พ.ศ. 2560
ໂຮງຮຽນ ວິທະຍາໄລ ທອງສະບາ

ໂຮງຮຽນ ວິທະຍາໄລ ທອງສະບາສ້າງຂື້ນມາໄດ້ຫຼາຍປີແລ້ວເຊິ່ງເປັນຂອງເອກະຊົນໂຮງຮຽນຕັ້ງຢູ່ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນໂຮງຮຽນທີ່ສະອາດ ແລະ ສວຍງາມ ນອກຈາກນີ້ຍັງປະກອບມີ 4 ສາຂາຮຽນເຊັ່ນ: ເຕັກໂນໂລຊີ-ຂໍ້ມູນຂ່າວສານ, ພາສາອັງກິດ-ທຸລະກິດ , ບໍລິຫານ-ການຈັດການ , ການເງິນ-ການທະນາຄານ.
ເຊິ່ງປະກອບມີ 2 ອາຄານຮຽນທີ່ມີຫຼາຍຫ້ອງຮຽນ ມີ ນັກສຶກສາເປັນຈຳນວນຫຼາຍທີ່ເຂົ້າມາສຶກສາຮ່ຳຮຽນເພາະເປັນໂຮງຮຽນທີ່ສະອາດສວຍງາມ ອາຈານສອນດີມີຄຸນນະພາບ ສອນເກັ່ງຈົບໄປກໍ່ສາມາດເຮັດວຽກໄດ້ນອກຈາກນີ້ ໃນແຕ່ລະປີໂຮງຮຽນຈະມີການຈັດກິດຈະກຳຕ່າງໆບໍ່ວ່າຈະເປັນ ກິລາ ສີລະປະ ເປັນແຮງດຶງດູດ ແລະ ເພິ່ງພໍໃຈໃຫ້ນັກສຶກສາມາສະມັກຮຽນຫຼາຍໃນແຕ່ລະປີ.

สมัครสมาชิก:
บทความ (Atom)
-
1. ແຂວງ ຄໍາມ່ວນ ຄໍາມ່ວນດິນແດນທໍາມະຊາດ ປະຫວັດສາດວິລະຊົນ ຕົ້ນກໍາເນີດລໍາພະຍາມະຫາໄຊ ກິນຊຸບໜໍ່ໄມ້ ແກງໄກ່ໃສ່ສານ ນະມ ັດສະການພະ...
-
ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖືກຍຸບລົງເປັນ 2 ແຂວງແມ່ນພື້ນທີ່ ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວໃນປັດຈຸບັນ ແລ້ວມາຕັ້ງເປັນແຂ...
-
ໂຮງຮຽນ ວິທະຍາໄລ ທອງສະບາ ສ້າງຂື້ນມາໄດ້ຫຼາຍປີແລ້ວເຊິ່ງເປັນຂອງເອກະຊົນໂຮງຮຽນຕັ້ງຢູ່ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນໂຮງຮຽ...