วันอาทิตย์ที่ 17 ธันวาคม พ.ศ. 2560

ຄໍາ­ຂວັນ ຂອງແຕ່ລະ­ແຂວງ­

1. ແຂວງ ຄໍາມ່ວນ
ຄໍາມ່ວນ­ດິນແດນ­ທໍາມະ­ຊາດ ປະ­ຫວັດ­ສາດ­ວິລະ­ຊົນ
ຕົ້ນ­ກໍາເນີດ­ລໍາ­ພະ­ຍາມະ­ຫາໄຊ ກິນ­ຊຸບ­ໜໍ່ໄມ້
ແກງໄກ່ໃສ່­ສານ ນະ­ມັດສະ­ການພະ­ທາດ­ສີໂຄດຕະ­ບອງ
ເປັນເຈົ້າ­ຂອງເຂົ້າ­ໜົມປ່ານ ປະ­ສານ­ປວງປະ­ຊາເລັ່ງ­ລັດ­ພັດທະ­ນາ ຊ່ວຍປະ­ຊາໃຫ້­ມີສຸກ
2. ແຂວງ ສະ­ຫວັນນະ­ເຂດ
ສະຫວັນນະເຂດ ຜືນແຜ່ນດິນຄຳ ວັດທະນະທຳ ຫລາຍເຜົ່າຊົນລ້ຳເລີດ ແຫລ່ງກໍ່ເກີດ ໄດໂນເສົາຮ້ອຍລ້ານປີ ປູສະນິຍະສະຖານ ພະທາດອິງຮັງງາມສະຫງ່າ ໂສມນາມວ່າ ຖີ່ນກຳເນີດວິລະບູລຸດແຫ່ງຊາດລາວ
3. ແຂວງ ສາ­ລະ­ວັນ
ໝາກພ້າວນາໄຊ ປີ້ງໄກ່­ນາ­ປົ່ງເຫຼົ້າ­ຂາວເມືອງ­ຄົງ ລໍາວົງ­ສາ­ລະ­ວັນ
4. ນະ­ຄອນ­ຫຼວງ­ວຽງ­ຈັນ
ມາວຽງ­ຈັນ ຊົມ­ຂົວມິດຕະ­ພາບ ກາບໄຫ້ວຫໍພຼະ­ແກ້ວ ຊົມ­ສວນປະ­ຕູໄຊ ໄຫ້ວພຼະ­ທາດ­ຫຼວງ­ມິ່ງ­ຂວັນຊົມ­ວີວທີວທັດແຄມ­ຂອງ ຫາດ­ຊາຍ­ສີທອງ­ດອນ­ຈັນຊີມ­ລົດ­ອາ­ຫານ­ນາໆ­ຊາດ ເທີງ­ຫໍຜາ­ສາດ­ສີ່­ສິບ­ຊັ້ນພັກຜ່ອນເທີງ­ວິມານສະ­ຫວັນ ໂຮງແຮມ­ດອນ­ຈັນ­ພາເລດ ລືນາມ
5. ແຂວງ ຊຽງ­ຂວາງ
ພູກູດ­ມີໄຊ ທົ່ງໄຫຫີນ­ລືນາມສາວງາມເມືອງ­ພວນ ເຊີນ­ຊວນທ່ຽວຊົມແຂວງ­ວິລະ­ຊົນ
6. ແຂວງ ໄຊຍະ­ບູລີ
ງາມ­ທາດ­ປວກ ເມືອງ ຄອບ ປະ­ນົມນ້ອມພະ­ທາດ­ມັດ­ຄໍາ ເມືອງ ເງິນແສນເພີດເພີນພະ­ທາດ­ຊຽງ­ລົມ ເມືອງ ຊຽງຮ່ອນ ອອນ­ຊອນ­ບຸນ­ບັ້ງໄຟ ເມືອງ ປາກ­ລາຍ ງາມ ເຫຼືອຫຼາຍສາວດອກຝ້າຍ­ຈັນເມືອງ ແກ່ນທ້າວ ຫວານນ້ໍາ­ໝາກພ້າວ ເມືອງ ບໍ່ແຕນແດນ­ພູເຂົາ­ຊ້າງ ເມືອງ ຫົງ­ສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງ­ພຽງສຽງ­ຂັບ­ລໍາ­ລ່ອງ­ຮຸ່ງ ເມືອງ ໄຊຍະ­ບູລີ
7. ແຂວງ ເຊກອງ
ເອກະ­ລັກ­ພູນາງ­ລາວ ແວວວາວຄ່ານ່າ­ຊື່ນໃຈທ່ຽວວັງໄງ­ດື່ມເຫຼົ້າໄຫ ເມືອງ ດາກ­ຈຶງ ຄະ­ນຶງ­ຫາສາຍ­ທາ­ລາ­ຕົກ­ຕາດແສກ ແປດພະ­ໄທຢ່າ­ລືມໄປຂໍປັນ­ກອບບອກ­ຄວາມ­ສາມັກ­ຄີ ໄປຮູ້­ຈັກ­ບຸນປະ­ເພນີບັນ­ດາເຜົ່າ
8. ແຂວງ ບໍ່ແກ້ວ
ບໍ່ແກ້ວມະ­ນີລ້ໍາ­ຄ່າ ຊົມປ່າດອກ­ງີ້ວບານເທດສະ­ການ­ບັນ­ດາເຜົ່າ ຖິ່ນເມືອງເກົ່າ­ສຸວັນນະ­ໂຄມ­ຄໍາຊົມຖ້ໍານ້ໍາຍູ້ ອູ້­ສາວລາວຢວນຊວນ­ຊົມ­ວັດ­ຈອມເຂົາມະ­ນີລັດ ໄຫວ້ພະ­ທາດ­ສຸວັນນະ­ຜາ­ຄໍາ
9. ແຂວງ ບໍລິຄໍາໄຊ
ຖິ່ນ­ອາໃສສາວເມີ້ຍ­ຜູ້ໂສພາ ຖິ່ນ­ຢູ່ໂຕເສົາ­ຫຼາໄມ້ເກດສະ­ໜາ­ຄ່າແພງ ທົ່ງ­ນາແຊງກ້­ວາງໃກພະ­ບາດໃຫຍ່ໂພນ­ສັນ ຄົນຊ່າ­ລືກ່າວເອີ້ນ ແດນ­ກຸຫຼາບ­ປາກ­ຊັນ
10. ແຂວງ ຜົ້ງ­ສາ­ລີ
ຜົ້ງ­ສາ­ລີ ປຽບ­ຄືດັ່ງສະ­ຫວັນ­ສັ່ງ ວິມານດ່ານແດນ­ພູດອຍເປັນ­ດິນແດ­ນ­ວິລະ­ຊົນ ຮັກ­ຄອນ­ພົງ­ພັນເຊື້ອງາມເຫຼືອຫຼາຍ­ພູຟ້າ ທະ­ເລຫຼວງ­ໝອກໃຫຍ່ເຊີນ­ຊີມ­ປາ­ພູຟ້າ ດື່ມເຫຼົ້າ­ຂຽວເອ່ວສະ­ຖານ­ທີ່ເບີ່ງ­ຮີດ­ຄອງປະ­ເພນີ ເອກະ­ລັດ­ຫຼາຍເຜົ່າເຊື້ອ ເປັນ­ຂອງຕ້ອນທ່ານ­ຜູ້­ຊົມ!
11. ແຂວງ ຫຼວງນ້ໍາ­ທາ
ບັ້ນ­ຮົບ­ຫຼວງນ້ໍາ­ທາ ພະ­ທາດໃຫຍ່­ຊຽງເປງຊາບ­ຊື້ງ­ກັບ­ວັດທະ­ນະ­ທໍາ­ຫຼາຍເຜົ່າ ເຂົ້າ­ຊອຍແຊບເມືອງ­ສິງລີງ­ລາຍແພໄໝມ້ອນ ເມືອງ ຫຼວງນ້ໍາ­ທາ ທ່ຽວປ່າ­ສະ­ຫງວນແຫ່ງ­ຊາກນ້ໍາ­ຮ່າ ເຂດ­ພັດທະ­ນາເສດຖະ­ກິດ­ພິເສດ­ບໍ່ເຕັນແດນ­ຄໍາ ຮ່ວມເຕັ້ນແຊນໍາ­ສາວໄຕດໍາ ງາມແທ້ລະ­ກ໋າ
12. ແຂວງ ຫຼວງພະ­ບາງ
ຫຼວງພະ­ບາງເມືອງ­ງາມ ອາ­ຮາມ­ຮຸ່ງເຮືອງ ງາມ­ພູຕັ້ງ­ຢູ່­ກາງເມືອງເລືອງ­ລືວັດທະ­ນະ­ທໍາເມືອງ­ນຸ່ງ­ສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະ­ຫຼາມໃສ່ສະ­ຂ່ານ ງານຊ່ວງເຮືອເດືອນ 9ເມືອງກ້ຽວຄໍາ­ຫວານ ຕໍານານເມືອງ­ຂໍາ­ທຸ່ມ ວັດເກົ່າແກ່­ມາກ­ມີ ຕາດ­ກ­ວາງ­ຊີ ແລະ­ ຖ້ໍາ­ຕີ່ງເປັນເມືອງ­ມໍລະ­ດົກໂລກ.
13. ແຂວງ ວຽງ­ຈັນ
ເມືອງເກົ່າໄຜ່­ໜາມ ລືນ­ນາມອ່າງນ້ໍາງື່ມຕໍານານເດີນ­ລາຍງ້າວ ອູ່ເຂົ້າ­ຊາວເມືອງຄົນເຮືອງ­ຂັບ­ງື່ມ ດື່ມ­ດໍາ­ທໍາມະ­ຊາດ ປະ­ຊາ­ລາດ­ສາມັກ­ຄີ
14. ແຂວງ ຫົວພັນ
ງົດ­ງານມ­ພູຜາ ນ້ໍາມ້າ­ສ່ອງໃສວຽງໄຊປະ­ຫວັດ­ສາດ ຜ້າໃໝຊໍາໃຕ້ຫີນ­ຕັ້ງ­ຫົວເມືອງ ຖິ່ນ­ພູສາມເຊົ່າຄົກເຂົ້ານ້ໍາ­ລິນ ແຜ່ນ­ດິນ­ວິລະ­ຊົນ
15. ແຂວງ ອຸດົມໄຊ
ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ
16. ແຂວງ ອັດຕະ­ປື
ແດນ­ສາລໍານ້ໍາໃສປ່າໄມ້­ຂຽວ ທ່ອງທ່ຽວໜອງຟ້າ ຊົມ­ຜາ­ຮຽງ­ຊານໄຊ ໄຫ້ວພະ­ອົງແສນ ພັກມັກ­ຄີ
17. ແຂວງ ຈໍາ­ປາ­ສັກ
ເອກະ­ລັກ­ວັດ­ພູ ກຸຫລາບ­ປາກເຊ ກະ­ເຟປາກຊ່ອງ ນ້ໍາ­ຂອງໂຕນ­ຄອນ ສີພັນ­ດອນ­ລືນາມ

ไม่มีความคิดเห็น:

แสดงความคิดเห็น