
ໂຮງຮຽນ ວິທະຍາໄລ ທອງສະບາສ້າງຂື້ນມາໄດ້ຫຼາຍປີແລ້ວເຊິ່ງເປັນຂອງເອກະຊົນໂຮງຮຽນຕັ້ງຢູ່ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນໂຮງຮຽນທີ່ສະອາດ ແລະ ສວຍງາມ ນອກຈາກນີ້ຍັງປະກອບມີ 4 ສາຂາຮຽນເຊັ່ນ: ເຕັກໂນໂລຊີ-ຂໍ້ມູນຂ່າວສານ, ພາສາອັງກິດ-ທຸລະກິດ , ບໍລິຫານ-ການຈັດການ , ການເງິນ-ການທະນາຄານ.
ເຊິ່ງປະກອບມີ 2 ອາຄານຮຽນທີ່ມີຫຼາຍຫ້ອງຮຽນ ມີ ນັກສຶກສາເປັນຈຳນວນຫຼາຍທີ່ເຂົ້າມາສຶກສາຮ່ຳຮຽນເພາະເປັນໂຮງຮຽນທີ່ສະອາດສວຍງາມ ອາຈານສອນດີມີຄຸນນະພາບ ສອນເກັ່ງຈົບໄປກໍ່ສາມາດເຮັດວຽກໄດ້ນອກຈາກນີ້ ໃນແຕ່ລະປີໂຮງຮຽນຈະມີການຈັດກິດຈະກຳຕ່າງໆບໍ່ວ່າຈະເປັນ ກິລາ ສີລະປະ ເປັນແຮງດຶງດູດ ແລະ ເພິ່ງພໍໃຈໃຫ້ນັກສຶກສາມາສະມັກຮຽນຫຼາຍໃນແຕ່ລະປີ.


ไม่มีความคิดเห็น:
แสดงความคิดเห็น